Description
ຫລາຍກວ່າ ພັນສາມຮ້ອຍຄົນ ໄດ້ເສັຍຊີວິດໃນຖນົນ ຂອງອອສເຕຣເລັຍ ໃນປີກາຍ, ໃນຕົ້ນປີ 2026 ບໍ່ໄດ້ສະແດງໃຫ້ເຫັນວ່າຈະດີຂຶ້ນ. ຜູ້ນໍາອຸດສະຫະກັມ ແລະຜູ້ສນັບສນູນຜູ້ເຄາະຮ້າຍ ໄດ້ຮຽກຮ້ອງ ໃຫ້ມີການກະທໍາຢ່າງຮີບດ່ວນ, ຈາກການອອກແບບຖນົນທີ່ປອດພັຍ ຈົນເຖິງການປ່ຽນແປງພຶດຕິກັມຂອງຜູ້ຂັບຣົດ ເພາະປະເທດນີ້ ກໍາລັງຫ່າງໄກຈາກເປົ້າຫມາຍ ທີ່ຈະຫລຸດຈໍານວນຜູ້ເສັຍຊີວິດ ລົງເຄິ່ງຫນຶ່ງໃນປີ 2030, ໃນຂນະທີ່ຄອບຄົວຍັງດໍາລົງຊີວິດ ຢູ່ກັບຜົນສະທ້ອນ ຂອງຄວາມເຈັບປວດ ໃນເສັ້ນທາງທຸກໆມື້.